ຄູ່ມືນຳໃຊ້ LaoPOS ← ກັບໄປ POS
ສາລະບານ:
1. ເລີ່ມເທື່ອທຳອິດ 2. ວຽກປະຈຳວັນ 3. ການຂາຍ 4. ໂຕະ + ຈອງໂຕະ 5. ຮັບເງິນ 6. ຈັດການເມນູ 7. ພະນັກງານ 8. ປິດກະ 9. ລູກຄ້າ/ແຕ້ມ 10. ລາຍງານ 11. ຈໍເສີມ 12. QR Ordering 13. ຫຼາຍສາຂາ 14. Cloud · AI · Telegram 15. ແອດມິນ 16. ແກ້ບັນຫາ
ຄຳວ່າ "ຕັ້ງຄ່າຮ້ານ" ໃນຄູ່ມືນີ້ = adminapp.sk-group.la → login ດ້ວຍອີເມວ+ລະຫັດ Cloud ດຽວກັບ POS (ຮ້ານທີ່ເຊື່ອມ Cloud ແລ້ວ — ຊື່ຮ້ານ · ເງິນ/VAT/ແຕ້ມ · Lao QR · ພິມ · ຈໍລູກຄ້າ · auto-pay · Telegram · AI · ພະນັກງານ+PIN ຢູ່ບ່ອນດຽວ ທຸກເຄື່ອງຂອງຮ້ານຮັບຄ່າເອງພາຍໃນ ~5 ນາທີ) · ຮ້ານທີ່ຍັງບໍ່ເຊື່ອມ Cloud ຕັ້ງຄ່າດຽວກັນໄດ້ທີ່ໜ້າ ຕັ້ງຄ່າ ໃນ POS · ສ່ວນ "ຕັ້ງຄ່າ (POS)" = ໜ້າຕັ້ງຄ່າໃນເຄື່ອງ ສຳລັບຂອງເຄື່ອງ: ຊື່ສາຂາ · Cloud Sync · ພິມທົດສອບ · ໄຟລ໌ backup · QR Ordering

1.ເລີ່ມໃຊ້ເທື່ອທຳອິດ (5 ນາທີ)

✨ ສ້າງບັນຊີເຈົ້າຂອງແລ້ວ ລະບົບຈະພາຕັ້ງຮ້ານເອງ 3 ຂັ້ນ: ຊື່ຮ້ານ → ນຳເຂົ້າເມນູສຳເລັດຮູບ → ຈຳນວນໂຕະ — ຈົບແລ້ວຂາຍໄດ້ເລີຍ
  1. ເປີດ browser (Chrome ແນະນຳ) ໄປທີ່ app.sk-group.la
  2. ຕັ້ງຊື່ເຈົ້າຂອງ + PIN (ຕົວເລກ 4–6 ໂຕ — ໃຊ້ເຂົ້າລະບົບທຸກຄັ້ງ)
  3. ໃສ່ເງິນສົດຕັ້ງຕົ້ນໃນລິ້ນຊັກ → ກົດ ເປີດກະ ເລີ່ມຂາຍ
  4. ໄປໜ້າ ເມນູ → ກົດ 📥 ເມນູ A51 Night Club (183) — ໄດ້ເມນູ+ຮູບຄົບໃນກົດດຽວ
  5. ໄປໜ້າ ຕັ້ງຄ່າ → card Cloud Sync ໃສ່ອີເມວ+ລະຫັດ (≥8 ໂຕ) → ເຊື່ອມ / ສ້າງບັນຊີ (ສຳຮອງຂໍ້ມູນ + ເປີດ dashboard/ຈໍຄົວ) — ຫຼັງເຊື່ອມ ການຕັ້ງຄ່າຮ້ານທັງໝົດຍ້າຍໄປ adminapp.sk-group.la ເອງ (login ອີເມວ+ລະຫັດດຽວກັນນີ້) ແກ້ຊື່ຮ້ານ/VAT/ພະນັກງານ ຈາກບ່ອນດຽວໄດ້ທຸກເຄື່ອງ
💡 ເຄື່ອງທີ່ໃຊ້ປະຈຳ: ເປີດ app ແລ້ວກົດ menu browser → "Add to Home Screen / ຕິດຕັ້ງ" ຈະໄດ້ໄອຄອນຄືແອັບແທ້

2.ວຽກປະຈຳວັນ (ສັ້ນສຸດ)

ເຊົ້າ: ເປີດ app → ກົດຊື່ຕົນເອງ → ພິມ PIN → ໃສ່ເງິນຕັ້ງຕົ້ນ → ເປີດກະ
ລະຫວ່າງມື້: ຂາຍ (ຂໍ້ 3–5)
ແລງ: ໜ້າ ປິດກະ → ນັບເງິນສົດ → ຢືນຢັນ (ຂໍ້ 8)

3.ການຂາຍ

ຂາຍດ່ວນ (ຊື້ກັບບ້ານ/ຈ່າຍທັນທີ)

  1. ໜ້າ ຂາຍດ່ວນ → ຈິ້ມເມນູ (ໃຊ້ຊ່ອງຄົ້ນຫາພິມບາງຕົວອັກສອນກໍພົບ)
  2. ປັບຈຳນວນດ້ວຍ + ໃນກະຕ່າຂວາມື
  3. ກົດ ຮັບເງິນ → ເລືອກວິທີຈ່າຍ (ຂໍ້ 5)
🛵 ຂາຍຜ່ານ delivery: ແຖບເທິງກະຕ່າມີປຸ່ມເລືອກຊ່ອງທາງ — ໜ້າຮ້ານ / foodpanda / Goteddy / Chomp-A — ໜ້າລາຍງານຈະແຍກຍອດຕໍ່ຊ່ອງທາງໃຫ້ເອງ

ຕົວເລືອກ ແລະ note

ສ່ວນຫຼຸດ

ໃນໜ້າຮັບເງິນ: ກົດ −5% −10% ຫຼື ຫຼຸດເອງ (ໃສ່ເປັນກີບ) — ຫຼຸດເກີນຍອດບໍ່ໄດ້ ລະບົບກັນໄວ້ · cashier ຫຼຸດເກີນ 10% ຕ້ອງໃຫ້ manager/ເຈົ້າຂອງໃສ່ PIN ອະນຸມັດ

🏷 ຫຼຸດສະເພາະລາຍການ (ຈານນີ້ຊ້າ ຫຼຸດຈານດຽວ): ກົດຊື່ລາຍການໃນກະຕ່າ → ຊ່ອງ "ຫຼຸດສະເພາະລາຍການນີ້" (−25% / −50% / ກີບເອງ ຕໍ່ໜ່ວຍ) — ສະເພາະບິນໂຕະ ແລະ manager/ເຈົ້າຂອງ

ຍົກເລີກລາຍການທີ່ສົ່ງຄົວແລ້ວ

ກົດ ໃສ່ລາຍການທີ່ສົ່ງຄົວແລ້ວ → ລະບົບຖາມເຫດຜົນ (ເລືອກ chip) ແລະບັນທຶກ ໃຜ/ເມື່ອໃດ ສະເໝີ — cashier ຕ້ອງໃຫ້ manager ໃສ່ PIN. ລາຍການທີ່ຍັງບໍ່ສົ່ງຄົວ ຫຼຸດ/ເອົາອອກໄດ້ອິດສະຫຼະ

4.ໂຕະ (ຮ້ານນັ່ງກິນ)

  1. ໜ້າ ໂຕະ — ເຫັນທຸກໂຕະ: ຂາວ=ຫວ່າງ · ສົ້ມ=ມີແຂກ (ສະແດງຍອດ+ເວລານັ່ງ)
  2. ກົດໂຕະຫວ່າງ = ເປີດບິນ → ຈິ້ມສັ່ງອາຫານ → ກົດ ສົ່ງຄົວ + ກັບຫາຜັງໂຕະ (ບິນຄ້າງໄວ້ ອາຫານເຂົ້າຈໍຄົວ)
  3. ກົດໂຕະມີແຂກ = ສັ່ງເພີ່ມ/ຄິດເງິນ — ສັ່ງເພີ່ມແລ້ວກົດສົ່ງຄົວອີກ ສົ່ງສະເພາະລາຍການໃໝ່ ບໍ່ຊ້ຳ
  4. ຍ້າຍ/ຮວມໂຕະ: ເປີດບິນ → ກົດ ຍ້າຍໂຕະ → ໂຕະຫວ່າງ=ຍ້າຍໄປ · ໂຕະມີບິນ=ຮວມບິນເຂົ້າກັນ (ລາຍການທັງໝົດຍ້າຍໄປຄິດເງິນລວມ ບໍ່ສົ່ງຄົວຊ້ຳ)
  5. ແຍກບິນ: ເປີດບິນ → ກົດ ແຍກບິນ → ຈິ້ມເລືອກລາຍການ/ຈຳນວນທີ່ຈະຈ່າຍກ່ອນ → ຄິດເງິນສ່ວນນັ້ນ — ບິນເດີມຍັງຄ້າງທີ່ໂຕະ
  6. ຈັດຜັງ: ກົດ ຈັດການໂຕະ → ເພີ່ມໂຊນ/ໂຕະ ຫຼືປິດໂຕະ
  7. 📅 ຈອງໂຕະ: ປຸ່ມມຸມຂວາໜ້າໂຕະ — ຊື່/ເບີ/ຈຳນວນຄົນ/ວັນເວລາ/ໂຕະ · ປ້າຍ 📅 ຂຶ້ນທີ່ໂຕະ 3 ຊມ ກ່ອນຮອດເວລາ · ກົດ ມາແລ້ວ/ບໍ່ມາ/ຍົກເລີກ

5.ຮັບເງິນ

ເງິນສົດ 💵

ກົດປຸ່ມເງິນດ່ວນ — ລະບົບຄິດຂັ້ນເງິນເອງຕາມຍອດບິນ (ບິນ 2 ລ້ານກໍມີປຸ່ມ) — ຫຼື ພໍດີ ຫຼືພິມຜ່ານແປ້ນເລກໃນຈໍ → ລະບົບຄິດເງິນທອນໃຫ້Enter ຫຼືກົດຢືນຢັນ

Lao QR ⬛

ຖ້າຕັ້ງ QR ຮ້ານແລ້ວ (ຕັ້ງຄ່າຮ້ານ → 📱 Lao QR ຮ້ານ): ຈໍຈະສະແດງ QR ສະເພາະບິນ — ຈຳນວນເງິນຂຶ້ນເອງໃນແອັບທະນາຄານລູກຄ້າ ພິມຜິດບໍ່ໄດ້. ລູກຄ້າຈ່າຍ → ເບິ່ງສະລິບ → ກົດ ໄດ້ຮັບເງິນແລ້ວ

💡 ວິທີຕັ້ງ QR ຮ້ານ: ເອົາ QR ຮັບເງິນ BCEL One ຂອງຮ້ານ → ສະແກນດ້ວຍແອັບອ່ານ QR ທຳມະດາ (ເຊັ່ນ Google Lens) → copy ຂໍ້ຄວາມ 000201… → ວາງໃນ ຕັ້ງຄ່າຮ້ານ → 📱 Lao QR → 💾 ບັນທຶກ (ລະບົບກວດ CRC ໃຫ້ — ວາງບໍ່ຄົບຈະແຈ້ງ)
💱 ຮ້ານນັກທ່ອງທ່ຽວ: ຕັ້ງຄ່າຮ້ານ → 💱 ສະກຸນທີສອງ (THB/USD + ອັດຕາ) — ໜ້າຮັບເງິນຈະສະແດງຍອດທຽບ ≈฿/$ ອັດຕະໂນມັດ

ຈ່າຍປົນ 💵+⬛

ລູກຄ້າໂອນສ່ວນໜຶ່ງ ຈ່າຍສົດສ່ວນໜຶ່ງ: ໜ້າຮັບເງິນ → tab 💵+⬛ ປົນ → ໃສ່ຈຳນວນ QR (ຫຼືກົດ "ສ່ວນທີ່ເຫຼືອ") → QR ຝັງຍອດສະເພາະສ່ວນນັ້ນ → ຮັບສົດສ່ວນທີ່ເຫຼືອ ລະບົບຄິດທອນຈາກສ່ວນສົດ — ບິນ/ລາຍງານແຍກ ສົດ/QR ຖືກຕ້ອງ

ຢືນຢັນເງິນໂອນ + ອອກບິນ ອັດຕະໂນມັດ ⚡

ຕັ້ງຄ່າຮ້ານ → ⚡ "ຢືນຢັນເງິນໂອນ + ອອກບິນ ອັດຕະໂນມັດ" → ⚡ ເປີດ auto-pay / ເບິ່ງ URL → ໄດ້ webhook URL ຂອງຮ້ານ (ຄວາມລັບ — ຢ່າສົ່ງຕໍ່). ຕັ້ງມືຖືເຈົ້າຂອງ (MacroDroid: notification BCEL One → HTTP POST) ຫຼື PhaJay callback ຊີ້ຫາ URL ນີ້ — ຫຼັງນັ້ນ: ຈໍ QR ຄ້າງຢູ່ + ເງິນເຂົ້າຍອດກົງເປະ = ຢືນຢັນ + ພິມບິນເອງ ບໍ່ຕ້ອງເບິ່ງສະລິບ. ເງິນກ້ອນໜຶ່ງໃຊ້ໄດ້ຄັ້ງດຽວ (ກັນສະລິບຊ້ຳ/ປອມ) · ຕິກ "🧾 ອໍເດີ QR ເງິນເຂົ້າຍອດກົງ → ຮັບ+ຄິດເງິນ+ພິມ+ສົ່ງຄົວເອງ" = ລູກຄ້າສັ່ງ+ໂອນຕາມຍອດ → ຮັບອໍເດີ+ຄິດເງິນ+ພິມ+ສົ່ງຄົວ ເອງທັງໝົດ (ຍອດຊ້ຳກັນຫຼາຍໂຕະ ລະບົບຈະໃຫ້ຄົນເລືອກເອງ — ບໍ່ເດົາ)

ຄືນເງິນບາງສ່ວນ ↩

ຈານດຽວມີບັນຫາໃນບິນທີ່ຈ່າຍແລ້ວ: ໜ້າ ລາຍງານ → ແຖວບິນ → ↩ ຄືນເງິນ → ເລືອກລາຍການ+ຈຳນວນ (ລະບົບຄິດຄ່າແນະນຳຕາມສັດສ່ວນ ແກ້ໄດ້) → ເລືອກຄືນສົດ/ໂອນ + ເຫດຜົນ. ຄືນສົດຈະຫັກຈາກ "ເງິນສົດທີ່ຄວນມີ" ຂອງກະເອງ · ຕິກ "ຄືນສະຕັອກ" ສະເພາະຂອງທີ່ຍັງບໍ່ເສຍ · ບິນເດີມບໍ່ຖືກແກ້ — ມີບັນທຶກແຍກສະເໝີ. ສະເພາະຜູ້ຈັດການ/ເຈົ້າຂອງ

ລິ້ນຊັກເງິນ 💰

ຕັ້ງຄ່າຮ້ານ → 🖨 ການພິມບິນ → ຕິກ "💰 ເປີດລິ້ນຊັກຕອນຮັບເງິນສົດ" (ລິ້ນຊັກສຽບສາຍ RJ11 ທີ່ເຄື່ອງພິມ · ໂໝດພິມ/ຂະໜາດເຈ້ຍຕັ້ງບ່ອນດຽວກັນ · ກົດ 🖨 ພິມທົດສອບ ໃນ ຕັ້ງຄ່າ (POS) ຂອງແຕ່ລະເຄື່ອງ) — ຮັບເງິນສົດ/ຈ່າຍປົນ ລິ້ນຊັກເປີດເອງ · ເປີດໂດຍບໍ່ຂາຍ: ໜ້າປິດກະ → 💰 ເປີດລິ້ນຊັກ (ບໍ່ຂາຍ) — ບັນທຶກໄວ້ສະເໝີວ່າໃຜເປີດ

ຍົກເລີກບິນ (void)

ໜ້າ ລາຍງານ → ແຖວບິນ → ຍົກເລີກບິນ → ໃສ່ເຫດຜົນ (ບັງຄັບ). ບິນບໍ່ຖືກລຶບ — ບັນທຶກໄວ້ພ້ອມຊື່ຜູ້ກົດສະເໝີ (ຂຶ້ນໃນຜົນງານພະນັກງານນຳ). ສະເພາະຜູ້ຈັດການ/ເຈົ້າຂອງ

🧾 ຄ່າບໍລິການ / VAT / ປັດເສດ: ຕັ້ງ % ແລະ ກົດປັດເສດ (ບໍ່ປັດ/500/1,000₭) ທີ່ ຕັ້ງຄ່າຮ້ານ → 🏪 ຂໍ້ມູນຮ້ານ + ເງິນ (0 = ປິດ) — ຄິດເອງທຸກບິນ ລຳດັບ ຫຼຸດ→ຄ່າບໍລິການ→VAT→ປັດເສດ ສະແດງແຍກໃນບິນ/ລາຍງານ/CSV

7.ພະນັກງານ + ສິດ

ບົດບາດເຮັດຫຍັງໄດ້
ພະນັກງານຂາຍ, ໂຕະ, ລາຍງານ(ເບິ່ງ), ປິດກະ — ແກ້ເມນູ/ຕັ້ງຄ່າ/ຍົກເລີກບິນ ບໍ່ໄດ້
ຜູ້ຈັດການທຸກຢ່າງຍົກເວັ້ນສ້າງບັນຊີເຈົ້າຂອງ
ເຈົ້າຂອງທຸກຢ່າງ

ເພີ່ມຄົນ: ຮ້ານທີ່ເຊື່ອມ Cloud ແລ້ວ → ເຈົ້າຂອງເປີດ adminapp.sk-group.la → login ດ້ວຍອີເມວ+ລະຫັດ Cloud ດຽວກັບ POS → 👥 ພະນັກງານ (ຊື່+PIN+ບົດບາດ — POS ທຸກເຄື່ອງຂອງຮ້ານຮັບພາຍໃນ ~5 ນາທີ ຫຼືກົດ ⟳ ໃນໜ້າຕັ້ງຄ່າ) · ຮ້ານທີ່ຍັງບໍ່ເຊື່ອມ: ຕັ້ງຄ່າ → ພະນັກງານ ໃນເຄື່ອງ. ສະຫຼັບຄົນ: ກົດປຸ່ມລຸ່ມສຸດຂອງແຖບຊ້າຍ (ຮູບກະແຈ) → ຄົນໃໝ່ພິມ PIN ຕົນເອງ

8.ປິດກະ (Z-Report)

  1. ໜ້າ ປິດກະ — ເຫັນ: ເງິນຕັ້ງຕົ້ນ, ຂາຍສົດ, ຂາຍ QR, ເງິນສົດທີ່ຄວນມີໃນລິ້ນຊັກ
  2. ນັບເງິນສົດຈິງ → ພິມຈຳນວນ → ລະບົບສະແດງ ຄົບ/ຂາດ/ເກີນ ທັນທີ
  3. ກົດຢືນຢັນ → ບັນທຶກຖາວອນ (ເຈົ້າຂອງເຫັນໃນ dashboard ຈາກບ່ອນໃດກໍໄດ້) → ອອກຈາກລະບົບເອງ
🗂 ກະເກົ່າ 10 ຫຼ້າສຸດ ເບິ່ງໄດ້ລຸ່ມສຸດຂອງໜ້າປິດກະ (ໃຜເປີດ, ຄວນມີ, ນັບໄດ້, ຂາດ/ເກີນ)
💸 ລາຍຈ່າຍໃນກະ: ຄ່ານ້ຳແຂງ, ກັບຂ້າວ, ຄ່າແຮງ — ກົດ + ເພີ່ມລາຍຈ່າຍ ໃນໜ້າປິດກະ · ຈ່າຍຈາກລິ້ນຊັກ = ເງິນສົດທີ່ຄວນມີຫຼຸດລົງເອງ ນັບເງິນຈຶ່ງກົງ
🛡 ນັບເງິນຕ່າງຈາກທີ່ຄວນມີເກີນ 50,000₭ → ລະບົບຖາມຢືນຢັນຊ້ຳ ກັນພິມເລກຜິດ
👁 ເບິ່ງກາງກະ (X): ເປີດໜ້າປິດກະເບິ່ງຍອດ/ເງິນສົດທີ່ຄວນມີ ໄດ້ທຸກເວລາ ບໍ່ບັງຄັບປິດ — ປິດແທ້ຄือຕອນກົດຢືນຢັນເທົ່ານັ້ນ · ຄືນເງິນສົດລູກຄ້າ (refund) ຫັກຈາກເງິນສົດທີ່ຄວນມີເອງ

9.ລູກຄ້າ — ສະສົມແຕ້ມ + ຄ້າງບິນ

10.ລາຍງານ

ໜ້າ ລາຍງານ: ເລືອກ ມື້ນີ້/ວານນີ້/7 ວັນ/30 ວັນ — ຍອດ, ສະເລ່ຍ/ບິນ, ສົດ/QR, ຫຼຸດ, ຍົກເລີກ, ເມນູຂາຍດີ top 10 · ກົດ ⬇ Export CSV ເປີດໃນ Excel ໄດ້ (ພາສາລາວບໍ່ເພ້)

11.ຈໍເສີມ (ໃຊ້ບັນຊີ Cloud ດຽວກັນ)

ຈໍURLໃຊ້ແນວໃດ
📊 Dashboard ເຈົ້າຂອງapp.sk-group.la/dashboardເບິ່ງຍອດຈາກມືຖືທຸກບ່ອນ: ຍອດມື້ນີ້, chart 7 ວັນ, ບິນລ່າສຸດ, ຜົນປິດກະ, ແຍກຕໍ່ສາຂາ
👨‍🍳 ຈໍຄົວ (KDS)app.sk-group.la/kdstablet/ມືຖືໃນຄົວ — ບິນເດັ້ງເອງ ພ້ອມຮູບເມນູ+note/ຕົວເລືອກ · ຄ້າງ 15 ນທ ຂອບແດງ · ແລ້ວກົດ ✓ ສຳເລັດ → POS ປະກາດສຽງ "ອາຫານສຳລັບໂຕະ … ສຳເລັດແລ້ວ ພ້ອມເສີບ" ແລະບິນເຂົ້າ tab ເສີບ ໃນ POS (badge ຂຽວບອກຈຳນວນ) — ພະນັກງານກົດ ✓ ເສີບແລ້ວ ຕອນຍົກອາຫານໄປ ລະບົບບັນທຶກໃຜເສີບ+ໃຊ້ເວລາຈັກນາທີ ເບິ່ງ KPI ການເສີບມື້ນີ້ໄດ້ໃນ tab ດຽວກັນ (ຜົນງານ ຂາຍ/ຫຼຸດ/ຍົກເລີກ ຕໍ່ຄົນ ຢູ່ ລາຍງານ → ຜົນງານພະນັກງານ) · ເລືອກສາຂາຕົນເອງມຸມຂວາເທິງ · ບໍ່ມີ tablet ຄົວແຍກ? ໃຊ້ tab ຄົວ ໃນ POS ແທນໄດ້ເລີຍ — ເຮັດວຽກໄດ້ເຖິງເນັດຫຼຸດ (ຈໍ /kds ຕ້ອງມີເນັດ)
🖥 ຈໍລູກຄ້າapp.sk-group.la/displayເປີດໃນຈໍທີສອງຂອງເຄື່ອງ POS ເຄື່ອງດຽວກັນ — ຕອນຫວ່າງເປັນປຶ້ມເມນູພິກໜ້າເອງ (ຂາຍດີຂຶ້ນກ່ອນ + ໜ້າໂປຣໂມຊັນ + QR ສັ່ງເອງ) · ຕອນຂາຍເຫັນບິນສົດ, QR ຈ່າຍເງິນ, ເງິນທອນ · ປັບຄວາມໄວພິກ/ໜ້າໂປຣ ທີ່ ຕັ້ງຄ່າຮ້ານ → 🖥 ຈໍລູກຄ້າ
🍳 ຄົວບໍ່ມີຈໍ? ຕັ້ງຄ່າຮ້ານ → 🖨 ການພິມບິນ → ☑ ພິມບິນຄົວຕອນສົ່ງຄົວ — ບິນຄົວອອກເຄື່ອງພິມແທນ (ສະເພາະລາຍການໃໝ່ ບໍ່ມີລາຄາ)

12.QR Ordering — ລູກຄ້າສັ່ງເອງຈາກໂຕະ

  1. ຕັ້ງຄ່າ (POS) → card QR Orderingເປີດ QR Ordering (ເຜີຍແຜ່ເມນູຈາກເຄື່ອງນີ້ — ຢູ່ POS ສະເໝີ)
  2. ກົດ 🖨 ພິມ QR ທຸກໂຕະ → ໄດ້ໃບ QR ຕໍ່ໂຕະ → ພິມ/ຕິດໂຕະ
  3. ລູກຄ້າສະແກນ → ເມນູມີຮູບ → ສັ່ງ+note → ສົ່ງ
  4. ອໍເດີເຂົ້າພາຍໃນ ~10 ວິ — ມີສຽງປະກາດ "ໂຕະ … ສັ່ງອາຫານ" + ຂໍ້ຄວາມເດັ້ງ + ເລກແດງທີ່ປຸ່ມ ໂຕະ ເຫັນຈາກທຸກໜ້າຈໍ → ເຂົ້າໜ້າໂຕະ ກົດ ✓ ຮັບ (ເຂົ້າບິນໂຕະ+ຈໍຄົວເອງ) ຫຼື ປະຕິເສດ
🔊 ສຽງປະກາດອ່ານເລກໂຕະ 1–99 ເປັນພາສາລາວ (ຊື່ໂຕະທີ່ບໍ່ແມ່ນຕົວເລກ ຈະປະກາດ "ມີອໍເດີໃໝ່" ແທນ) · ທຸກເຄື່ອງທີ່ login Cloud ຮ້ານດຽວກັນ ໄດ້ຍິນ+ເຫັນອໍເດີຄືກັນ · ຖ້າຫຼຸດ Cloud ຈະມີຈຸດ ! ສີເຫຼືອງທີ່ປຸ່ມໂຕະ + ແຖບເຕືອນໃນໜ້າໂຕະ
💡 ແກ້ເມນູ/ລາຄາແລ້ວ ຢ່າລືມກົດ "⟳ ອັບເດດເມນູ" ໃນ card QR Ordering ເພື່ອໃຫ້ໜ້າສັ່ງຂອງລູກຄ້າເຫັນນຳ
🪑 ລູກຄ້າສະແກນ QR ລວມ (ເຊັ່ນຈາກຈໍລູກຄ້າ) ບໍ່ແມ່ນ QR ປະຈຳໂຕະ → ມືຖືຈະຖາມ "ທ່ານນັ່ງໂຕະໃດ?" ໃຫ້ເລືອກເອງ — ອໍເດີຍັງຮູ້ໂຕະຄືເກົ່າ
🧾 ລູກຄ້າມີ "ອໍເດີຂອງຂ້ອຍ" ໃນໜ້າສັ່ງ — ເຫັນທຸກຮອບທີ່ສັ່ງ+ຍອດລວມ ແລະສະຖານະສົດ (⏳ ລໍຢືນຢັນ / ✅ ຮັບແລ້ວ / ❌ ປະຕິເສດ) ອັບເດດເອງທຸກ 10 ວິ · ເຫັນສະເພາະອໍເດີຈາກມືຖືເຄື່ອງນັ້ນເອງ — ຕ້ອງແລ່ນ supabase/schema-v4.sql ກ່ອນ ສະຖານະຈຶ່ງຕິດ

13.ຫຼາຍສາຂາ

  1. ເຄື່ອງແຕ່ລະສາຂາ: ຕັ້ງຄ່າ (POS) → ຊື່ສາຂາ/ເຄື່ອງ ເຊັ່ນ "ສາຂາ ໂພນຕ້ອງ"
  2. ທຸກເຄື່ອງເຊື່ອມ Cloud ດ້ວຍບັນຊີດຽວກັນ — ເມນູ/ລາຄາຂອງໃຜລາວ ຕ່າງກັນໄດ້ · ການຕັ້ງຄ່າຮ້ານ + ພະນັກງານ/PIN ຊຸດດຽວທຸກສາຂາ (ຈາກ adminapp — ເຄື່ອງໃໝ່ເຊື່ອມແລ້ວໄດ້ພະນັກງານ/PIN ຄົບເອງ ບໍ່ຕ້ອງຕັ້ງໃໝ່)
  3. Dashboard ຈະມີ tab ທຸກສາຂາ / ຕໍ່ສາຂາ ເອງ · ຈໍຄົວເລືອກເບິ່ງສະເພາະສາຂາຕົນເອງ

14.Cloud · ສຳຮອງຂໍ້ມູນ · AI · Telegram · ແຜນ

☁️ ການຕັ້ງຄ່າຮ້ານທັງໝົດຢູ່ສູນກາງ: ເມື່ອຮ້ານເຊື່ອມ Cloud ແລ້ວ ຊື່ຮ້ານ · ປັດເສດ/ຄ່າບໍລິການ/VAT/ແຕ້ມ · ສະກຸນທີສອງ · Lao QR · ການພິມ · ຈໍລູກຄ້າ · auto-pay · Telegram · AI · ພະນັກງານ+PIN ຈັດການທີ່ adminapp.sk-group.la — ເຈົ້າຂອງຮ້ານ login ດ້ວຍອີເມວ+ລະຫັດ Cloud ດຽວກັບ POS (ເຫັນ/ແກ້ສະເພາະຮ້ານຕົນເອງ) ຫຼືແອດມິນຕັ້ງໃຫ້ — POS ດຶງໄປໃຊ້ເອງ ແລະ ເກັບ cache ໃນເຄື່ອງ (ເນັດຫຼຸດຍັງຂາຍໄດ້) · ເຊື່ອມເທື່ອທຳອິດ ຄ່າທີ່ຕັ້ງໄວ້ໃນເຄື່ອງຈະຍ້າຍຂຶ້ນສູນກາງເອງ ບໍ່ຕ້ອງຕັ້ງໃໝ່ · key Telegram/AI ເກັບຢູ່ server ເທົ່ານັ້ນ ບໍ່ຕິດໄຟລ໌ backup · ໜ້າ "ຕັ້ງຄ່າ" ໃນ POS ເຫຼືອສະເພາະຂອງເຄື່ອງ: ຊື່ສາຂາ · Cloud · ພິມທົດສອບ · ໄຟລ໌ backup · QR ordering
🤖 AI ວິເຄາະຍອດ: adminapp (login ອີເມວ Cloud ຂອງຮ້ານ) → 🤖 AI (ຮ້ານຍັງບໍ່ເຊື່ອມ Cloud: ຕັ້ງຄ່າ → 🤖 AI ໃນເຄື່ອງ) — ເລືອກ Hermes (OpenRouter — ຖືກສຸດ) ຫຼື Claude ຫຼື endpoint ເອງ + ວາງ API key ຂອງຮ້ານ → ໜ້າລາຍງານມີປຸ່ມ 🤖 AI ວິເຄາະ (ສະຫຼຸບ+ຖາມຕອບ ເຊັ່ນ "ເມນູໃດຄວນຢຸດຂາຍ?") + ຄຳເຫັນ AI ຕິດທ້າຍສະຫຼຸບ Telegram 21:00 · AI ໃຊ້ສະເພາະຕົວເລກທີ່ລະບົບສົ່ງ ບໍ່ແຕ່ງເລກເອງ
📱 ຮ້ານ 2 ເຄື່ອງ POS: ໂຕະທີ່ເຄື່ອງອື່ນເປີດຢູ່ ຈະຂຶ້ນປ້າຍ 📱 ຊື່ເຄື່ອງ ທີ່ຜັງໂຕະ — ກົດເປີດຊ້ຳລະບົບຈະເຕືອນກ່ອນ (ເປີດຊ້ຳ = 2 ບິນ ໃຊ້ "ຮວມບິນ" ແກ້ໄດ້) · ລາຍງານລວມທຸກເຄື່ອງເບິ່ງທີ່ dashboard
✈️ Telegram ຫາເຈົ້າຂອງ: adminapp (login ອີເມວ Cloud ຂອງຮ້ານ) → ✈️ Telegram (ຮ້ານຍັງບໍ່ເຊື່ອມ Cloud: ຕັ້ງຄ່າ → Telegram ໃນເຄື່ອງ) — ສ້າງ bot ຂອງຮ້ານເອງ (@BotFather 2 ນາທີ) ວາງ token+chat id → ປິດກະ Z-report ເດັ້ງເຂົ້າມືຖື + ສະຫຼຸບຍອດ+ຂາຍດີ ~21:00 ທຸກມື້ (ເມື່ອ POS ເປີດ)
📥 ກູ້ຄືນເຕັມ: ເຄື່ອງເສຍ/ຍ້າຍເຄື່ອງ — ຕັ້ງຄ່າ (POS) → ຄວາມປອດໄພຂໍ້ມູນ → "ກູ້ຄືນຈາກໄຟລ໌ສຳຮອງ" ເລືອກໄຟລ໌ backup ທີ່ດາວໂຫຼດໄວ້ → ຢືນຢັນ 2 ເທື່ອ → ໄດ້ຄືນຄົບ ເມນູ/ໂຕະ/ພະນັກງານ/ບິນ/ກະ/ສະຕັອກ

15.ສຳລັບແອດມິນລະບົບ (adminapp.sk-group.la)

16.ແກ້ບັນຫາ / ຄຳຖາມພົບເລື້ອຍ

ບັນຫາວິທີແກ້
ເນັດຫຼຸດ/ໄຟດັບຂາຍຕໍ່ໄດ້ເລີຍ — ຂໍ້ມູນຢູ່ໃນເຄື່ອງ · ຢ່າລ້າງຂໍ້ມູນ browser
ໜ້າຈໍບໍ່ອັບເດດ/ຟີເຈີໃໝ່ບໍ່ຂຶ້ນກົດ Ctrl+Shift+R (hard refresh)
ລືມ PIN ພະນັກງານຮ້ານເຊື່ອມ Cloud: ເຈົ້າຂອງເປີດ adminapp.sk-group.la → login ອີເມວ Cloud → 👥 → ປ່ຽນ PIN (POS ຮັບໃນ ~5 ນາທີ ຫຼືກົດ ⟳ ໃນໜ້າຕັ້ງຄ່າ) · ຮ້ານຍັງບໍ່ເຊື່ອມ: ຕັ້ງຄ່າ → ພະນັກງານ → ປ່ຽນ PIN
ກົດຈ່າຍຜິດ/ບິນຜິດຫ້າມລຶບ — ໃຫ້ຍົກເລີກບິນ (void) ພ້ອມເຫດຜົນ ໃນໜ້າລາຍງານ
ເປີດກະບໍ່ໄດ້ "ມີກະເປີດຢູ່ແລ້ວ"ມີກະຄ້າງຈາກມື້ກ່ອນ — ໄປໜ້າປິດກະ ປິດກະເກົ່າກ່ອນ
ຈໍຄົວ/Dashboard ເຂົ້າບໍ່ໄດ້ໃຊ້ອີເມວ+ລະຫັດດຽວກັບ Cloud Sync ໃນ app (ບໍ່ແມ່ນ PIN)
ຂໍ້ມູນເມນູຫາຍ (ປ່ຽນເຄື່ອງ/browser)ຕັ້ງຄ່າ (POS) → Cloud Sync → ເຊື່ອມ → ⤓ ກູ້ຄືນເມນູ · ການຕັ້ງຄ່າຮ້ານ + ພະນັກງານ/PIN ກັບມາເອງຈາກ adminapp · ຍອດຂາຍເກົ່າເບິ່ງໃນ dashboard
ແກ້ຄ່າໃນ adminapp ແລ້ວ POS ຍັງບໍ່ປ່ຽນລໍ ~5 ນາທີ ຫຼື ໜ້າ ຕັ້ງຄ່າ (POS) → card ☁️ → ⟳ ດຶງການຕັ້ງຄ່າດຽວນີ້ · ຕ້ອງມີເນັດ — ບໍ່ມີເນັດ POS ໃຊ້ຄ່າຫຼ້າສຸດທີ່ເກັບໄວ້
ຢາກແກ້ຊື່ຮ້ານ/VAT ແຕ່ໜ້າຕັ້ງຄ່າ POS ສະແດງຢ່າງດຽວປົກກະຕິ — ຮ້ານເຊື່ອມ Cloud ແລ້ວແກ້ທີ່ adminapp.sk-group.la (login ອີເມວ Cloud ຂອງຮ້ານ) ໄດ້ທຸກເຄື່ອງພ້ອມກັນ
ຕິດຕໍ່ຜູ້ດູແລລະບົບໂທ/WhatsApp: 020 7733 3334
⚠️ ກົດເຫຼັກຄວາມປອດໄພ: ຢ່າບອກ PIN ຕໍ່ກັນ · ບິນຜິດໃຫ້ void ຢ່າຫາທາງລຶບ · ນັບເງິນປິດກະທຸກມື້ — ລະບົບບັນທຶກທຸກຢ່າງກວດຍ້ອນຫຼັງໄດ້ສະເໝີ

LaoPOS · SK Group · ຄູ່ມືສະບັບ 1.1 (20 ສິງຫາ 2026 — ຕັ້ງຄ່າຮ້ານສູນກາງ + ເຈົ້າຂອງ login adminapp) — ພິມແຈກພະນັກງານໄດ້ (Ctrl+P)